SunFlare Co., Ltd.

Global Interface & Solutions

SunFlareໄດ້ສ້າງຜົນງານທີ່ເປັນບໍລິສັດຮັບແປເອກະສານໃນຊ່ວງໄລຍະຫລາຍສິບປີທີ່ຜ່ານມາ,ມຸ່ງໜ້າສູ່ເປັນບໍລິສັດຄູ່ຮ່ວມມືທາງດ້ານປັນຍາຂອງບັນດາລູກຄ້າແລະເປັນບໍລິສັດທີ່ເປັນໜ້າໄວວາງໃຈໄດ້.
ພວກເຮົາສາມາດສະໜອງບໍລິການຄົບວົງຈອນແລະເໝາະສົມ,ເພື່ອຕອບສະໜອງຄວາມຕ້ອງການເອກະສານຂອງບັນດາບໍລິສັດ ໃນການປະຕິບັດທຸລະກິດສາກົນໃນທຸກໆຂະແໜງການ.
ພວກເຮົາສາມາດສະໜອງ ແລະ ແນະນໍາວິທີແກ້ໄຂທີ່ເໝາະສົມກັບບັນຫາຂອງເອກະສານ ໃຫ້ແກ່ລູກຄ້າ ໂດຍກໍານົດບັນຫາຢ່າງວ່ອງໄວ ແລະ ຖືກຕ້ອງ.

ວິສາຫະກິດທີ່ໄດ້ຮັບໃບຢັ້ງຢືນ ISO 27001 ແລະ ISO 9001

ລູກຄ້າຂອງພວກເຮົາມີຄວາມຕ້ອງການທາງດ້ານເອກະສານຫລາກຫລາຍ.ຍ້ອນວ່າພວກເຮົາມີລະບົບໂຄງສ້າງທີ່ມີຄວາມປອດໄພແບບໝັ້ນຄົງ ໃນການຮັບແລະສົ່ງ ເອກະສານຂອງລູກຄ້າ ທີ່ເປັນຄວາມລັບ,ຈຶ່ງຈະສາມາດສະໜອງຜົນງານທີ່ມີຄຸນະພາບດີທີ່ສຸດໃຫ້ແກ່ລູກຄ້າໂດຍປະຕິບັດຕາມລະບົບການຄຸ້ມຄອງເອກະສານສາກົນຫລາຍຢ່າງ.

ມີປະສົບການຢ່າງກ້ວາງຂວາງໃນຂະແໜງອຸດສາຫະກໍາ,ທຸລະກິດແລະຂະແໜງອື່ນໆ.

ຜູ້ຊ່ຽວຊານໃນທຸກໆຂະແໜງແລະທິມຊ່ຽວຊານແຕ່ລະວິຊາສະເພາະຂອງບໍລິສັດພວກເຮົາ ເຮັດວຽກນໍາກັນ ໃນການສະໜອງວິທີແກ້ໄຂທີ່ເໝາະສົມ ໃຫ້ແກ່ລູກຄ້າ,ເພື່ອເປັນການຮ່ວມືທີ່ໜ້າເຊື່ອຖືໄດ້.

ພວກເຮົາສາມາດແປເອກະສານ90ພາສາໄດ້

ຖ້າວ່າບໍລິສັດອັນໃດອັນໜຶ່ງ ຢາກຜັນຂະຫຍາຍທຸລະກິດ ໃນລະດັບສາກົນ,ບໍລິສັດນີ້ຕ້ອງໄດ້ເຂົ້າໃຈພາສາ ແລະ ວັດທະນະທໍາຂອງ ປະເທດທີ່ມີເປົ້າໝາຍ ເຊິ່ງເປັນສິ່ງທີ່່ງສໍາຄັນທີ່ສຸດໃນການປະຕິບັດທຸລະກິດສາກົນ. SunFlareມີຜູ້ຊ່ຽວຊານດ້ານການແປພາສາຫລາກຫລາຍ ຫລາຍ ກ່ວາ90ພາສາ,ພວກເຂົາແມ່ນບໍ່ພຽງແຕ່ຜູ້ແປພາສາເທົ່ານັ້ນ, ຍັງຮູ້ຈັກວັດທະນະທໍາແລະສະພາບກາ ຂອງປະເທດທີ່ພາສານັ້ນຖືກນໍາໃຊ້ຢ່າງດີ.ພວກເຂົາເຈົ້າສາມາດສະໜອງຄວາມຊ່ວຍເຫຼືອໃຫ້ແກ່ລູກຄ້າທີ່ຈະປະຕິບັດທຸລະກິດສາກົນຢ່າງຖືກເປົ້າໝາຍແລະຢ່າງວ່ອງໄວ.ສໍາລັບເອກະສານທີ່ຕ້ອງການຄວາມຮູ້ດ້ານວິຊາສະເພາະຢ່າງສູງ ຄືເອກະສານກ່ຽວກັບກົດໝາຍ,ບົດວິທະຍາ,ໃບຮ້ອງຂໍປະຕັງມ,ໃບຮ້ອງຂໍການຢາ,ພວກເຮົາມີຜູ້ຊ່ຽວຊານທີ່ມີຄວາມຮູ້ທົ່ວໄປຢ່າງສູງແລະຄວາມຮູ້ວິຊາສະເພາະຢ່າງກ້ວາງຂວາງ,ພວກເຂົາຈະ ສາມາດແປເອກະສານໄດ້ດີເລີດ ຢ່າງວ່ອງໄວ ແລະ ມີຄຸນນະພາບສູງ.

ຂໍ້ມູນທົ່ວໄປຂອງບໍລິສັດ

ຊື່ຂອງບໍລິສັດ

SunFlare Co., Ltd.

ການສ້າງບໍລິສັດຂຶ້ນ

ວັນທີ1 ເດືອນສິງຫາ ປີ1971

ທີ່ຢູ່

ສໍານັກງານໃຫຍ່ໂຕກຽວ
Shinjyuku Hirose Bldg.,4-7 Yotsuya,Shinjuku-ku
Tokyo 160-0004,Japan

ຜູ້ຕາງໜ້າບໍລິສັດ

ທ່ານ ຊະຊະອິ ຣິໂລະຢຸກິ

ເນື້ອໃນຂອງທຸລະກິດ

ວຽກງານການແປເອກະສານ

  • ການແປ
  • localization:ການເຮັດໃຫ້ເໝາະສົມກັບສະພາບຂອງທ້ອງຖິ່ນ
  • ການຂຽນ(ທາງວິຊາການແລະທາງແພດ)
  • Creative service:ບໍລິການປະດິດຂຶ້ນ(ການອອກແບບ,DTP,ເວັບໄຊທ,ວີດີໂອ)

ວຽກງານປຶກສາ

  • ວຽກງານປຶກສາເອກະສານ
  • ການສໍາຫລວດ(ກົດໝາຍ,ກົດລະບຽບ,ມາດຕະຖານແລະປະຕັງ)
  • ການໃຫ້ການຊ່ວຍໃນການຂຽນແລະຍື່ນໃບຮ້ອງຂໍ(ປະຕັງ,ໃບຮັບຮອງອາຫານແລະເຄື່ອງອຸປະກອນການແພດ)

ວຽກງານການສຶກສາ ແລະ ການຝຶກອົບຮົມ

  • ການບໍລິຫານໂຮງຮຽນສິດສອນການແປເອກະສານ SunFlare Academy
  • ການບໍລິຫານTQE:ການສອບເສັງເພື່ອຮັບໃບອະນຸຍາດເປັນຜູ້ແປເອກະສານ
  • ການຝຶກອົບຮົມພາສາຕ່າງປະເທດຂອງພະນັກງານນິຕິບຸກຄົນ
  • ການຈັດສໍາມະນາຂຶ້ນ(ປະຕັງແລະເຄື່ອງອຸປະກອນການແພດ)

ການຢັ້ງຢືນ

ISO 27001,ISO 9001,ISO17100 ແລະ ເຄື່ອງໝາຍ ສ່ວນຕົວ(JIPDEC)
ປະເພດທີ2 ວຽກງານຜະລິດແລະຈໍາໜ່າຍເຄື່ອງອຸປະກອນການແພດ

Back to Top